วันพุธที่ 5 มีนาคม พ.ศ. 2551

ຕ້ອງສ້າງຄວາມສຸກໃນໂລກ ແລະສຸກນອກໂລກໃນຊາດນີ້

ຄຳວ່າ "ສຸກ" ທີີ່ມະນຸດໃຊ້ກັນນີ້ ມັນຊື່ດຽວກັບສຸກສຸດຍອດ ການຕີຄວາມໝາຍແຫ່ງຄວ່າສຸກ ຕ້ອງເລືອກເຟັ້ນແລ້ວເຂົ້າໃຈມັນ, ຫາກບໍ່ແຍກສຸກແຕ່ລະສຸກອອກຈະແຈ້ງ ທາງລັກສະນະຂອງພາສາມະນຸດ ທີ່ບັນຍັດໃຊ້ກັນແລ້ວ ມັນຈະເຮັດໃຫ້ເຮົາເຂົ້າໃຈສຸກໆ ເປັນເຣື່ອງແຄບໆ ສະນັ້ນ
ຕ້ອງໃຫ້ມະນຸດທຸກຄົນເຂົ້າໃຈເຣື່ອງຄວາມສຸຂສອງທາງ ຄື ສຸກທາງໂລກ(ໂລກີຍະສຸກ) ສຸກສຸດຍອດ(ໂລກຸດຕະຣະສຸກ) ຖ້າໃຜບໍ່ສາມາດທີ່ຮູ້ເຣື່ອງຄວາມສຸກ ແລະຄວາມເຂົ້າໃຈເຣື່ອງສຸກທັງສອງທາງ , ກໍເປັນໄປໄດ້ຢາກທີ່ຈະຜ່ານພົ້ນໄປສູ່ໂລກຸຕະຣະສຸກໄດ້, ສຸກໃນໂລກນີ້ອັນທີ່ເຈືອປົນໄປດ້ວຍກາມະສັນທະ ແລະກິເລດກໍບໍ່ແມ່ນສຸກໃນຂັ້ນໂລກຸດຕະຣະທີ່ແທ້ຈິງ, ສະນັ້ນຄົນບາງຄົນຕ້ອງເຂົ້າໃຈຄວາມສຸຂ ທີ່ແທ້(ສຸກທີ່ບໍ່ເຈືອປົນດ້ວຍອາສາວະ) ຫາກສາມາດກ້າວກະໂດດໄປສູ່ ອັຕຖັງຄິກະມັກໄດ້ນັ້ນ ບຸກຄົນນັ້ນກໍແມ່ນຕົກຢູ່ໃນ ໂລກຸດຕະຣະສຸກ ແລ້ວກໍຈະມີຫົນທາງກ້າວເຂົ້າ ສູ່ໂລກຸດຕະຣະສຸກໃນອນາຄົດ ຫຼືຊາດຕໍ່ໆໄປ ຕ້ອງສ້າງປາຣະມີໄປເລື້ອຍໆ ຫາກປາຣະມີພຽງພໍກໍຈະກ້າວເຂົ້າສູ່ສຸກອັນສຸດຍອດນັ້ນໄດ້ໃນບໍ່ຊ້າ ທັງນີ້ທັງນັ້ນ ການສະແຫວງຫາເສັ້ນທາງຂອງຄວາມສຸກໃນຂັ້ນໂລກນີ້ ຜູ້ສະແຫວງຕ້ອງມີປັນຍາພໍ ທີ່ຈະຮັບຮູ້ເສັ້ນທາງນັ້ນ ຖ້າບຸກຄົນຍັງບໍ່ສາມາດ ຕີຣາຄາ ແລະແຍກສຸກແທ້ໃນຂັ້ນໂລກຸດຕະຣະສຸກ ກັບສຸກປອມ(ສຸກທີ່ເຈືອປົນດ້ວຍອາສາວະ)ອອກຈາກກັນໄດ້(ສຸກແທ້ຄືສຸກທີ່ປາດສະຈາກກາມສັນທະ ແລະກິເລດ, ສ່ວນສຸກປອມແມ່ນເຕັມໄປດ້ວຍກາມະສັນທະ ແລະກິເລດ) ບໍ່ສາມາດທີ່ຈະບັນລຸໃນຄວາມສຸກປອມໆນັ້ນໄດ້ເລີຍ, (ສຸກປອມໆກໍຕ້ອງຈຳເປັນຕ້ອງໄດ້ຮັບ ເມື່ອຮັບແລ້ວກໍຕ້ອງຮູ້ວ່າມັນປອມ)ຖ້າບຸກຄົນບໍ່ລ່ວງພົ້ນສຸກປອມໆໄປກ່ອນແລ້ວ ຢ່າຫວັງຄວາມສຸກສຸດຍອດໃນໂລກນີ້ໄດ້, ຕາມະນຸດນີ້ເປັນຂອງຫຍາບໆ ມອງໄດ້ແຕ່ວັດຖຸ ຖ້າມະນຸດສາມາດມອງດ້ວຍຕາເບື້ອງໃນໄດ້ຢ່າງເລີກເຊິ່ງ ມອງທັງວັດຖຸທັມ ແລະນາມທັມໄດ້.
ຈິງຢູ່ມະນຸດຜູ້ຍັງວຽນວາຍຕາຍເກີດໃນໂລກນີ້ ຕ້ອງການປັດໄຈ ໔ ເພື່ອປະທັງຊີວິດ ຄື
໑. ກິນ(ເພາະຢາກ),
໒. ໜາວ, ຮ້ອນ ແລະໜ້າກຽດໜ້າອາຍ(ເພາະສາພະທີ່ມັນເປັນ)
໓. ນອນແລະຢູ່(ອັດຕາພາບ)
໔. ມະນຸດຕ້ອງເຈັບເປັນ(ອັດຕະພາບ)
ສະນັ້ນມະນຸດຜູ້ຢູ່ໃນໂລກຕ້ອງຫາອາຫານ, ເນື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ ແລະເພຊັດ, ແມ່ນມະນຸດຜູ້ຫວັງພຽງສຸກຫຍາຍໆ ກໍສະແຫວງຫາສິ່ງເຫົ່ານີ້ຢູ່ ຫາກເຂົາຕັ້ງປະນິທານສະແຫວງສິ່ງຫຍາຍໆ ເຂົາກໍໄດ້ແຕ່ສິ່ງຫຍາຍໆນັ້ນ, ສຳລັບມະນຸດຜູ້ຫວັງຄວາມສຸກສຸດຍອດ "ໂລກີຍະສຸກ" ເຂົາກໍຈະໄດ້ຄວາມສຸກສິ່ງທີ່ສຸດຍອດໃນໂລກນີ້ ແລະຍັງສາມາດໄດ້ຮັບສຸກ ທີ່ສຸດຍອດໃນໂລກອື່ນທີ່ດີກວ່າ ຫຼືສຸກທີ່ຮຽກວ່າ "ສຸກເໜືອໂລກ" ຄົນທີ່ສະແຫວງຫາແລ້ວເຊິ່ງໂລກີຍະສຸກ ກໍຈຳເປັນຕ້ອງສະແຫວງຫາ ປັດໄຈ ໔ ນັ້ນຢູ່(ຫາກຍັງຢູ່ໃນໂລກ) ພຣະສົງເອງພຣະພຸດທະອົງກໍຕ້ອງສະແຫວງຫາປັດໄຈ ໔ ດັ່ງທີ່ເຮົາພົບໃນບົດສູດ "ປັດຈະເວກຂະນະວິທີນັ້ນ" ແຕ່ວ່າ ເມື່ອໄດ້ແລ້ວ ຕ້ອງຮູ້ຈັກພິຈາຣະນາ ແລະເກື້ອກູນປະປະໂຫຍດ ທີ່ເກີດນັ້ນ ເປັນໄປເພື່ອການລະ ແລະການຄາຍໆ ສະນັ້ນ.
ພຣະສົງຜູ້ສະແຫວງຫາປັດໄຈ ໔ ນັ້ນ ແມ່ນຕ້ອງໄດ້ເຂົ້າໃຈເຖິງເຈຕະນາຂອງປະຕິປະທາທີ່ກະທັມອັນຮຽກວ່າ "ກັມ" ນຳ ຖ້າກັມໃດຂອງເຫຼົ່າກໍສະມະນະໃດ ເປັນໄປເພື່ອຄວາມລະແຫ່ງຕົນ ແລະເກືອກູນຕໍ່ສັງຄົມໂລກແລ້ວ ກັມນັ້ນຮຽກວ່າກັມດີ, ຫາກກັມໃດຂອງເຫຼົ່າກໍສົງໃດເປັນໄປເພື່ອ ຄວາມພອກພູນແຫ່ງກິເລດຂອງຕົນ ແລະເກີ້ອກູນຕໍ່ສັງຄົມໂລກແລ້ວ ກັມນັ້ນບໍ່ຊອບໂດຍເຫດ, ບໍ່ຊອບໂດຍຜົນ ແລະບໍ່ຊອບໂດຍທັມ, ກັມນັ້ນ ຄືກັມຊົ່ວ ກັມ ຄືການງານຍ່ອມສະແດງເຈຕະນາ.
ທັງນີ້ທັງນັ້ນ ການຈະສະແຫວງຫາທັມ ຫຼືເສັ້ນທາງແຫ່ງທັມນັ້ນມັນຕ້ອງໄດ້ໃຊ້ຫຼາຍວິທີທາງ ທີ່ເໝາະກັບຕົນ ພື້ນເພແຫ່ງຈິດຕົນ ໂດຍສະເພາະສັດທາ ແລະປັນຍານັ້ນເໝາະສົມກັນ ໂດຍເອົາຫຼັກທັມໃດໆກໍໄດ້ ຈະເຣີ່ມຈາກສັນທະ ວິຣິຍະ ຈິດຕະ ວິມັງສາ ກໍໄດ້, ຫຼືຫຼັກທັມໃດ ທີ່ເປັນສິ່ງເກື້ອໜູນຊີວິດຈິງໄດ້ ແຕ່ຢ່າລືມວ່າ ສັດທາເປັນເບື້ອງຕົ້ນ ແລະປັນຍາເປັນສິ່ງຕາມຜັນຂະຫຍາຍ ກັມຂອງມະນຸດ ໃຜໆໃຫ້ສັດທາ ແລະປັນຍາໄດ້ດີ ທັມອື່ນກໍເກີດ ເສັ້ນທາງແຫ່ງສຸກອັນແທ້ຈິງຕ້ອງສຳເຣັດ, (ທັມທຸກຢ່າງເກີ້ອໜູນກັນ)

ไม่มีความคิดเห็น: