วันเสาร์ที่ 8 มีนาคม พ.ศ. 2551

ຄວາມໝາຍຂອງຄອນພຣະເພງ ແລະຫຼີ່ຜີ


ບ້ານເກີດຢູ່ທາງເມືອງໂຂງ ເມືອງມຸນພຸ້ນ……………
ເຫັນທ່ານຖາມເຣື່ອງວ່າ “ຄອນພະເພັງ ກັບຫຼີຜີ” ກໍຢາກຊີ້ແຈງຖະແຫຼງຂານ
ເພື່ອໃຫ້ບັນດາທ່ານເຂົ້າໃຈ ທີ່ຕັ້ງ ສະຖານທີ່ ຊື່ ແລະ ຄວາມໝາຍ ຈະຕອບ ແລະ ອະທິບາຍໃຫ້ທ່ານ ແລະ ສະມາຊິກອິນລາວໃຫ້ຮູ້ ດັ່ງຕໍ່ໄປນີ້:
1. ອັນວ່າ ຄອນພຣະເພງນັ້ນ ມີຄົນເຂົ້າໃຈວ່າແມ່ນທີດຽວກັນ, ທີ່ແທ້ ຄອນພຣະເພງບໍ່ແມ່ນທີ່ດຽວກັນກັບຫຼີ່ຜີ ເພາະຄອນພຣະເພງ (ແມ່ນຮູບທີ່ເອົາມາໂຊວ໌ນັ້ນ) ຢູ່ຝັ່ງຕາເວັນອອກຕິດກັບຝັ່ງເມືອງ ດ້ານໜຶ່ງຕິດກັບດອນ ຊື່ດຽວກັນ(ດອນພຣະເພງ) ສ່ວນຫຼີ່ຜີນັ້ນຢູ່ຝັ່ງດ້ານຕາເວັນຕົກຂອງດອນພຣະເພັງນັ້ນ ແຕ່ຢູ່ລະຫວ່າງດອນ ເດດກັບດອນຄອນ(ສ່ວນຢູ່ລະຫວ່າງດອນເດດກັບດອນຄອນນັ້ນເຂົາຮຽກວ່າ ແກ້ງປັກຕູເມືອງ, ຫາກນັກທ່ອງທ່ຽວຢາກໄປທ່ຽວທີ່ນັ້ນແມ່ນຕ້ອງໄດ້ຂີເຮືອໄປ ລົງເຮືອທີ່ບ້ານນາກະສັງ.
2. ສ່ວນທີ່ທ່ານຢາກໃຫ້ອະທິບາຍນັ້ນ ຈະອະທິບາຍດັ່ງນີ້
ກ. ຄອນພຣະເພງ ຊາວທ້ອງຖີ່ນຈະຈະຮຽກອອກສຽງວ່າ “ເພງ” ບໍ່ໄດ້ອອກສຽງ “ເພັງ” ເພາະຄວາມໝາຍທີ່ແທ້ຈິງ ມີທີ່ມາຢ່າງນ້ອຍສອງທາງ, ອິງຕາມຄວາມເປັນຈິງຕາມຮູບສັບຣະຫວ່າງ “ເພັງ” ກັບ “ເພງ” ມີທີມາດັ່ງນີ້:
- ຄຳວ່າ “ເພັງ” ໝາຍຄວາມວ່າ “ເຕັມ” ຫຼື “ຮຸ່ງ” ຫຼື “ແຈ້ງ” ເຊັ່ນ “ເດືອນເພັງແຈ້ງ ແສງສ່ອງເຮືອງໃສ ຍາມຣາຕຣີ ສິວິໄລຮຸ່ງເຮືອງສະເທືອງຟ້າ” ສະນັ້ນຄຳວ່າ “ພຣະ” ມາຈາກພາສາປາລີວ່າ “ວຣ” ແປງວ່າ “ປະເສີດ, ດີ” ແລ້ວແປງ “ວ” ໃຫ້ເປັນ “ພ” ຈຶ່ງໄດ່ ຄຳວ່າ “ພຣ” ໃນພາສາປາລີສຣະ “xະ” ຈະບໍ່ມີຮູບ ໃນອັກສອນທຸກຕົວ ຍ່ອມມີສຣະ “xະ” ຕິດພັນຢູ່ນຳສະເໝີ ດ້ວຍເຫດນັ້ນ ເມື່ອມາຂຽນເປັນພາສາລາວແລ້ວ ຈຶ່ງຕ້ອງເອົາສຣະ “xະ” ມາຂຽນໄວ້ຫຼັງ ຈຶ່ງອ່ານວ່າ “ພຣະ” ແລະ ແລ້ວຄອນນີ້ ຈຶ່ງມີຊື່ວ່າ “ພຣະເພງ” (ມີທີ່ມາຈະອະທິບາຍໃນຄວາມເປັນມາຂອງຊື່” ເມື່ອຊາວເໜືອໄປເຫັນເຂົ້າ ກໍຮຽກວ່າຄອນພະເພັງ, ເພາະຄົນທາງເໜືອ ເມື່ອຂຽນ “ເພງ” ຈະຂຽນວ່າ “ເພັງ” ຈຶ່ງຊື່ວ່າ “ເພັງ” ຂຽນບໍ່ຖືກຕາມຄວາມໝາຍເດີມຂອງ ຊື່ຂຽນແຫ່ງນີ້.
- ທີ່ມາ ແລະ ຄວາມເປັນມາຂອງຊື່ “ຄອນພຣະເພງ” ນັ້ນມີທີ່ມີສອງກະແສດັ່ງນີ້ ຄື:
2-1. ຄອນພຣະເພງ ທີ່ຊາວໂລກໃຫ້ສັນຍານາມວ່າ “ແອງກລາຕາເວັນອອກ” ນີ້ ເມື່ອກ່ອນຈະມີສຽງດັງ ກ້ອງກັງວານໄກໄປຮອດຈຳປາສັກ ແລະ ພູພຽງບໍຣິເວນ, ທາງຕາເວັນອອກດຮອດສາຍພູແດນແກວ, ທາງໃຕ້ຮອດກະແຈະ, ທາງຕາເວັນຕົກຮອດເມືອງຕ່ຳ,(ສຸຣິນ) ເພາະມີຄຳໜຶ່ງ ທີ່ເດັກນ້ອຍທາງໃຕ້ອາຍຸ 40-50 ປີ ມັກເວົ້າຄຳກ່ອມລູກວ່າ “ຮອດມາຕ່ຳເຮົາໄດ້ກິນປາ ຮອດເມືອງລາເຮົາໄດ້ກິນເຂົ້າ” ມີຄຳກ່າວອີກຄຳໜຶ່ງວ່າ “ເມື່ອຊາວສີພັນດອນໄປພູພຽງບໍຣິເວນ ຫາກຢາກຮູ້ວ່າສີພັນດອນຢູ່ທີ່ໃດ ຂຶ້ນຕົ້ນໄມ້ຈະຍິນສຽງຄອນພຣະເພງດັງ ກໍຈາມາຍັງສີພັນດອນຖືກ” ສຽງນີ້ດັງຕລອດຍາມແລ້ງ ແລະ ຝົນ, ຈົນມາຮອດສະໄໝຝຣັ່ງເຂົ້າມາປົກຄອງລາວ ພວກເຂົາຈະລ່ອງໄມ້ສັກຈາກບໍ່ແກ້ວ ໄຊຍະບູຣີດ້ວຍເພຕາມລຳແມ່ນ້ຳຂອງ ລົງໄປທະເລຈີນໃຕ້ ເມື່ອໄປຮອດທາງດອນຄອນແລ້ວ ເຂົາຈະປ່ອຍແພລົງແກ້ງ ແຕ່ຈະບັງຄັບໃຫ້ແພໄມ້ສັກໄປທາງດອນເດດ ແລະ ດອນຄອນ ແຕ່ມາມີແພໄມ້ສັກຂະບວນໜຶ່ງໄດ້ໄຫລໄປທາງຕາເວັນອອກ ເລີຍໄປຕົກທາງຄອນພຣະເພງ ແລະ ແລ້ວຄອນໄມ້ລັກຈຶ່ງໄປຕົກຖືກລິ້ນຄອນພຣະເພງນັ້ນ ແຕ່ນັ້ນມາສຽງເພງແຫ່ງຄອນພຣະເພງນັ້ນ ກໍບໍ່ດັງເລີຍແຕ່ບັດນັ້ນ, ແຕ່ວ່າໃນປັຈຈຸບັນນີ້ ສຽງຄອນພຣະເພງຈະດັງສະເພາະຍາມຝົນ ເວລາ 3-4 ໂມງໃກ້ຊິແຈ້ງ ຈະດັງຮອດເມືອງໂຂງ, ເມືອງແສນ, ຂະເໝົາ ຖ້າໃຜໄປທາງສີພັນດອນຍາມນັ້ນ ກໍໃຫ້ສັງເກດເບິ່ງ ຜູ້ກ່ຽວຢັ້ງຢືນ ເພາະບ້ານເກີດຢູ່ແຖວຂະເໝົາເມືອງແສນ, ສະນັ້ນ ຄຳວ່າຄອນພຣະເພງ ນັ້ນມີທີ່ມາຈາກ ສຽງຄອນພຣະເພງ ດັງເໝືອນສຽງເພງຈາກສະຫວັນ, ໝາຍຄວາມວ່າສຽງເພງທີ່ປະເສີດນັ້ນເອງ.
2-2. ກະແສງທີສອງນີ້ ຄືວ່າ ບໍ່ວ່າຍາມແລ້ງ ແລະ ຍາມຝັນສຽງຄອນພຣະເພງກໍດັງເໝືອນສຽງເພງ ຮອດບັດນີ້ ບໍເຊື່ອລອງໄປເບິ່ງ, ເພາະແຖວນັ້ນເມື່ອກ່ອນເປັນປ່າສົມບູນ ມີສັດສາວາສິ່ງຮ້ອງຂັບຂານ ກ່ອມກັບສຽງນ້ຳຕົກຕາດ ເລີຍກາຍເປັນສຽງເພັງເໝືອນດັງສວາງສວັນຄ໌.

ສ່ວນຄຳວ່າຫຼີຜີນັ້ນ ມີທີມາ ແລະ ຄວາມໝາຍ 4 ກະແສ ດັ່ງນີ້ຄື:
3-1. ກະແສງທີໜຶ່ງ ມາຈາກໜັງສືພຣະລັກພຣະຣາມ ອັນເປັນວັນນະກັມເອກຂອງລາວ, ເຣື່ອງໜຶ່ງ ດຽວນີ້ ຊອກຫາອ່ານຍາກ ແຕ່ມີສະບັບພາສາລາວ ທີ່ຂ້າພຣະເຈົ້າມີໄວ້ ທັງສອງເຫັ້ຼມເລີຍ, ມີເຣື່ອງຣາວດັ່ງນີ້,
“ເມື່ອພຣະລັກພຣະຣາມ ໄດ້ນາສີດາກັບມາແລ້ວ, ກໍເດີນທາງກັບມາຍັງເມືອງ ເມື່ອມາຮອດສະຖານທີ່ ແຫ່ງໜຶ່ງ ບໍຣິເວນມະຫານະທີສີທັນດອນ(ສີທັນຕະຣະ) ທີ່ນັ້ນບໍ່ມີດອນຈັກດອນເລີຍ ເປັນວັງນ້ຳທີ່ກວ້າງ ຮຽກວ່າສະໝຸດ, ພໍດີເວລາໃກ້ຄ່ຳ ຈຶ່ງຈະພັກນອນແຮມຄືນ ພຣະລັກເຫັນວ່າຖ້ານອນທີ່ຝັ່ງກໍຢ້ານບໍ່ມີຄວາມ ປອດໄພ ພຣະລັກຈຶ່ງຍິງສອນລົງໄປຍັງມະຫານະທີສີທັນດອນ ແລະ ປາຖໜາໃຫ້ເປັນດອນ ຈຶ່ງເກີດມີດອນ ໜຶ່ງຂຶ້ນມາ ພຣະລັກຈຶ່ງເຊີນພຣະຣາມ ແລະ ນາງສີດາໄປນອນ ທີ່ປສາດນິມິດໃນດອນນັ້ນ, ໃນຂະນະນັ້ນເອງ ລາບພຣະນາສວນ ເມື່ອຮູ້ວ່າພຣະຣາມມາຕາມເອົານາງສີດາກັບຄືນແລ້ວ ກໍຕິດຕາມມາ ຈຶ່ງມາທັນທີ່ມະຫານະທີສີທັນດອນນັ້ນ ຈື່ງເກີດສົງຄາມຂຶ້ນທີ່ນັ້ນ, ຝ່າຍພຣະລັກຢູ່ທາງເໜືອ ສ່ວນລາຍພຣະນາສວນຢູ່ທາງໃຕ້ ສົງຄາມຣະຫວ່າງລາບພຣະນາສວນ ກັບພຣະລັກພຣະ ຣາມຈຶ່ງເກີດຂຶ້ນທີ່ນັ້ນ.
ທາງຝ່າຍລາບພຣະນາສວນຈຶ່ງແຕ່ງໃຫ້ຄຸດ ແລະ ນາກກໍ່ກຳແພງຂຶ້ນຕັນແມ່ນ້ຳ ເພື່ອຫວັງຈະໃຫ້ນ້ຳນັ້ນຖ້ວມດອນ ແຕ່ຍ້ອນອິດທິຣິດຂອງສອນ ເຖິງວ່ານ້ຳຈະຖ້ວມຫຼາຍພຽງໃດກໍຕາມແຕ່ວ່າ ນ້ຳບໍ່ສາມາດຖ້ວມດອນນັ້ນໄດ້ດ ແຕ່ວ່ານ້ຳຈະຖ້ວມບໍຣິວານຂອງພຣະລັກພຣະຣາມ ແລະ ປະຊາຊົນ ພຣະຣາມຈຶ່ງສັ່ງໃຫ້ ຫະນຸມານ ໄປມ້າງກຳແພງຫີນເປັນຊ່ວງໆ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີ່” ຫະນຸມານນັ້ນ ໄປເຫັນນາງມັຈສາ ງາມຫຼາຍ ຈຶ່ງໄປກ້ຽວພາລາສີ ຈຶ່ງເຮັດໃຫ້ຫະນຸມານບໍ່ສາມາດມ້າງກຳແພງຫິນຕັນນ້ຳນະທີໄດ້ ຈຶ່ງເຮັດໃຫ້ສະຖານທີ່ນັ້ນ ເປັນຄອນທ້າງຕັນນ້ຳຂອງຮອດບັດນີ້.
ໃນຂະນະນັ້ນເອງ ການສົງຄາມຍັງດຳເນີນໄປຢ່າງຮຸນແຮງເຮັດໃຫ້ບໍຣິວານຂອງທັງສອງຕາຍຕົກລົງນ້ຳ ໄຫລໄປເປີະຫຼີ່ຫີນນັ້ນເໝັ້ນສະເອືອນ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີຜີ” ແຕ່ບັດນັ້ນມາ, ສ່ວນດອນຕ່າງໆ ທີ່ມີຫຼາຍກວ່າພັນດອນໃນເຂດນັ້ນ ກໍເກີດຈາກອຳນາດອິດທິຣິດຂອງລາບພຣະນາສວນ ໄດ້ໄປຂົນເອົາພູ ແລະ ຫີນມາໂຍນໃສ່ພຣະລັກພຣະຣາມ ກໍປ້ອງກັນດ້ວຍອິດທິຣິດ ໄປຕົກລົງນ້ຳ ກໍກາຍເປັນດອນ ຕົກລົງດິນ ກາຍເປັນພູ ສະນັ້ນ ທີ່ດອນໂຂງຈຶ່ງມີພູຫຼາຍເຖິງ 99 ໜ່ວຍພູ(ຕາມການເລົ່າຂານກັນ)

3-2. ກະແສທີສອງ ແມ່ນມີເນື້ອຄວາມຕາມເລົ່າຂານຂອງຊາວທ້ອງຖິ່ນ ແລະ ອິງຕາມຄວາມເປັນຈິງທາງພູມສາດກາຍະພາບ, ທີ່ບໍຣິເວນທີເປັຣຫຼີ່ຜີນັ້ນ ເປັນຕາດເປັນຄອນຫຼາຍຄ້າຍຫຼີ່ ເມື່ອຄົນຕາຍຕົກນ້ຳ ຫຼືສັດຕາຍຕົກນ້ຳໄດ້ໄຫຼໄປເປີະຫຼີ່ຕາດຄອນທີ່ນັ້ນ ຊາວພື້ນເມືອງຈຶ່ງຮຽກທີ່ນັ້ນວ່າ ຫຼີ່ຜີ, ອັນນີ້ຢືນຢັນໄດ້ສະໄໝຍັງນ້ອຍມີຄົນຕາຍຕົກນ້ຳ ຢູ່ທາງດອນເໜືອ ຫາຄາບໍ່ໄດ້ ຊາວບ້ານຈຶ່ງພາກັນໄປຫາທີ່ແຖວຫຼີ່ຜີດກໍເຫັນສົມປະສົງ.
3-3. ອິງຕາມ ວັດທະນະທັມໃນບຣິເວນນີ້ ຈະເຮັດຫຼີ່ເພື່ອຕັນເອົາປາ ແຕ່ມີສັດ ແລະ ຄົນຕາຍດິກນ້ຳ ໄຫຼໄປເຂົ້າຫຼີ່ ຄົນຈຶ່ງຮຽກວ່າ “ຫຼີຜີ”
3-4. ອິງຕາມວັດທະນະທັມເຊັ່ນກັນ ຊາວດອນແຖວນີ້ ເຮັດຫຼີ່ເອົາປາ ປາທີ່ຂຶ້ນມາເຂົ້າຫຼີຕ້ອງຕາຍເປັນຜີທຸກຕົວ ເວັ້ນເສັຍແຕ່ເອົາບໍ່ໝົດແລ້ວ ຈຶ່ງປ່ອຍລົງນ້ຳຄືນ (ເມື່ອ 10-15 ປີຄືນຫັຼງ ມີປະເພນີວ່າ ຖ້າຫຼີ່ໃດເອົາປາບໍ່ໝົດໃນຫຼີ່ຂອງຕົນກໍໃຫ້ຮ້ອງຖາມຄົນອື່ນວ່າຊິເອົາບໍ ? ຖ້າບໍ່ມີໃຜເອົາໃຫ້ປ່ອຍລົງນ້ຳຄືນ)

ຄວາມໝາຍກໍເປັນດັ່ງນີ້ແລ ຂໍ້ໃດສົມເຫດຜົນກວ່າກັນກໍເອົາຂ້ໍນັ້ນເທີ້ນ, ໃຜມີຄວາມເຫັນເພີ່ມຕື່ມກໍຕື່ມໃຫ້ດ້ວຍ
ຂອບໃຈ/ຮັກແພງ

ไม่มีความคิดเห็น: