วันเสาร์ที่ 8 มีนาคม พ.ศ. 2551

ທາດດຳ-ທາດຂາວ

ທາດດຳ ເປັນໄລຍະເວລາຫຼາຍສິບປີແລ້ວເປັນສີດຳຢູ່ຢ່າງນັ້ນ, ບໍ່ມີໃຜໄປປົວໄປແປງ ບໍ່ມີໃຜທາສີຄົນ ລາວສ່ວນໜຶ່ງກັບມາຈາກໄທຍ໌ ເພື່ອມາສ້າງວຽງຈັນ ກໍບໍ່ໄດ້ທຳການກໍ່ສ້າງ ແລະບູຣະນະສ້ອມແປງ ເພາະເປັນທີ່ດິນຂອງຄົນຝຣັ່ງ ຊືບັກໂຕໂລນີ(ຖະໜົນເສັ້ນນັ້ນຈຶ່ງມີຊື່ນັ້ນ) ພາຍລຸນມາຝຣັ່ງກໍຂາຍທີ່ດິນນັ້ນໃຫ້ສະຖານທູດອາເມຣີກາ ແຕ່ຄົນລາວຂະນະນັ້ນຂໍຮ້ອງບໍ່ໃຫ້ຂາຍດິນທີ່ເປັນສ່ວນພຣະທາດໃຫ້ແກ່ອາເມຣິກາ ທາດດຳນຶ່ງຢູ່ໃນເຂດສາທາລະນະ ຢ່າງໃດກໍຕາມເປັນເວລາຫຼາຍກວ່າຮ້ອຍປີ ທີ່ບໍ່ມີການບັນທຶກໄວ້ກ່ຽວກັບພຣະທາດດຳນັ້ນ ຄົນທັງຫຼາຍເຫັນວ່າມີສີດຳ ກໍພາກັນຮຽກທາດດຳມາຮອດບັດນີ້ ທີ່ຈຶງແລ້ວທາດດຳແລະບໍຣິເວນໂດຍຮອບແຕ່ຖະໜົນລ້ານຊ້າງ ຖນົນເສດຖາ ແລະສຫ້ອງການຕຳຫຼວດທາດດຳ ແລະສະຖານທູດອາເມຣິກາລ້ວນແຕ່ແມ່ນບໍຣເວນວັດ ທີ່ມີຊື່ວ່າ "ວັດພຣະຣາດຊະນັດດາ"ທີ່ພຣະເຈົ້າໃຊເສດຖາທິຣາດສ້າງອທິດໃຫ້ຫຼານສາວຂອງພຣະອົງ, ຂໍ້ທີ່ບັນດາທ່ານທີ່ຢູໃນບໍຣິເວນນັ້ນຄວນຄຳນືງຄື ຫາກມີວັດຕ້ອງມີສີມ ສິມສ່ວນໃຫຍ່ມັກຈະສ້າງໄວ້ດ້ານຂ້າ ແລະດ້ານຫຼັງຂອງສິມ ສະນັ້ນການປຸກເຮືອນຫຼືສ້າງອາຄານຄວນລະວັງ ຢ່າງໃຫ້ກວາມສີມກະແລ້ວກັນ ທິດໃດທີ່ຄວນຈະເປັນທີຕັ້ງຂອງສີນັ້ນ ຄື ໑ ທິດຕາເວັນອອກ ເພາະການສ້າງສິມມັກປິ່ນໜ້າໄປຕາເວັນອອກ ເໝືອນວັດເພັຍວັດ, ວັດຊຽງຍືນ, ວັນອົງຕື້, ອິນແປງ, ວັດມີໄຊ ແລະວັດຊຽງຍືນ ຫາກເປັນເຊັ່ນນັ້ນສີກໍຄວານຢູ່ຂ້າງທາດດຳໄປທາງຖນົນລ້ານຊ້າງ ເພາະທາດ ຫຼືພຣະທາດຈະຢູ່ດ້ານຫຼັງຂອງສີສະເໝີ ຫຼືບໍດັ່ງນັ້ນສີກໍຈະປີ່ນໜ້າລົງນ້ຳຂອງ ເຊັ່ນວັດສີສະເກດ ວັດທາກຫຼວງໃຕ້, ວັດທາດຫຼວງເໜືອ ແລະວັດໂພນໄຊ, ດຽວນີ້ບໍ່ມີໃຜເອົາໃຈມໃສ່ເບິ່ງແຍງ ຖ້າເປັນເຊັ່ນນັ້ນ ກໍບໍ່ເຫິງດອກພຣະທາດແຫ່ງຈະເພພັງລົງ, (ເພາະບໍ່ມີຫຍັງໝັ້ນຄົງເລີຍແມ່ນແຕ່ຢ່າງໜຶ່ງ) ເວົ້າເຖິງທາດດຳ ກໍບໍ່ເວັ້ນທີ່ຈະກ່າວເຖິງທາດຂາວ. ທາດຂາວນັ້ນກໍຢູ່ວັດທາດຂາວນັ້ນແລ ແຕ່ບໍ່ໄດ້ມີການທາສີ ກໍກາຍເປັນສີດຳໄປແລ້ວດີແຕ່ມີການຮຽກວາທາດຂາວມາກ່ອນ ເຖິງວ່າດຳກໍຮຽກວ່າຂາວມາຮອດບັດນີ້.
- ຂ້ໍຄວນສຶກສາ ແບະອາໃຈໃສ່ນັ້ນ ປະຊາຊົນຈະປຸກເຮືອນ ຄວານຈະຄຳນຶ່ງສະເມີວ່າຢ່າປຸກກວາມທາດ ແລະສີມເກົ່າ ຈະເກີດຄວາມບໍ່ດີມີສຸກແກ່ເຈົ້າຂອງບ້ານເຮືອນ ຫາກຫຼີກລຽງບໄດ້ຄວນສູດຖອດສູດຖອນກ່ອນ.

1 ความคิดเห็น:

ไม่ระบุชื่อ กล่าวว่า...

ທາດດຳນິຢາກໃຫ້ສຶກສາວ່າແມ່ນສິນລະປະຂອງລາວເຮົາແທ້ບໍ່, ຄືວ່າບໍ່ສັງເກດເຫັນເຫັນຢູ່ໄສ ຫລືວ່າມີບ່ອນໃດທີ່ສ້າງຄ້າຍແບບນີ້